ໃນຕອນເຊົ້າຂອງ ວັນທີ 14/08/2015 ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານແກ້ໄຂຊຸມສາຍມີຜູ້ ເຂົ້າຮ່ວມຕ່າງໜ້າຈາກບັນດາບໍລິສັດ ໂທລະຄົມມະນາຄົມ ພ້ອມດ້ວຍພະນັກງານພາຍໃນພະແນກ ປທສ ນວ ລວມທັງ ໝົດ 30 ທ່ານ ຍີງ 04 ທ່ານ ພາຍໃຕ້ການເປັນປະທານ ຂອງທ່ານ ສີຄອນ ອ່ອນສີພັນລາ ຫົວໜ້າ ພະແນກ ປທສ ນວ ກອງປະຊຸມໄດ້ຮັບຟັງການລາຍງານການເຄື່ອນໄຫວ, ການກຳນົດເສັ້ນທາງໃຫ້ແຕ່ລະບໍລິສັດ ແລະ ວິທີການແກ້ໄຂ ສໍາລັບ ການກຳນົດເອົາເສັ້ນທາງທີ່ຕ້ອງແກ້ໄຂທັງໝົດ ແມ່ນ 22 ເສັ້ນທາງຫຼັກ ໃນນະ ຄອນຫຼວງວຽງຈັນ ເປັນໄລຍະທາງ 110 Km. ວິທີການໃນການແກ້ໄຂຕ້ອງໄດ້ປະຕິບັດຄື: ເກັບມ້ຽນມັດບັນດາ ຊຸມສາຍໂທລະສັບ, ສາຍເຄເບີນ TV ທີ່ຢ່ອນ ຍານ, ບໍ່ເປັນລະບຽບຮຽບຮ້ອຍ ແລະ ມີການຕິດປ້າຍເຕືອນລະດັບຄວາມສູງ. ການຈັດຕັ້ງປະຕິບັດຕົວຈິງຂອງແຕ່ລະ ບໍລິສັດ ເຫັນວ່າມີຄວາມເອົາໃຈໃສ່ໃນການແກ້ໄຂ ເຊີ່ງສະແດງອອກໄດ້ເຮັດສຳເລັດຕາມກຳນົດເວລາ ແລະ ມີຄຸນນະ ພາບດີ.
ລວມມູນຄ່າໃນການລົງແກ້ໄຂຊຸມສາຍໃນຄັ້ງນີ້ມີທັງໝົດ 235,048,150 ກີບ