Login
 ຊື່
 ລະຫັດ

Website counter

ເລີ່ມນັບ 9 ພຶດສະພາ ເວລາ 2:00
ມື໊ນີ້
25
ມື້ວານ
38
ເດືອນນີ້
1,104
ເດືອນກ່ອນ
1,177
ປີນີ
3,454
ປີກ່ອນ
1,281
ອອນໄລ
1
ໃນຕອນເຊົ້າຂອງ ວັນທີ 27/08/2015 ພະແນກ ໄປສະນີ, ໂທລະຄົມມະນາ ຄົມ ແລະ ການສື່ສານ ໄດ້ຈັດກອງປະ ຊຸມປືກສາຫາລືແກ້ໄຂບັນຫາຮ້ານ ອີນເຕີເນັດ ກາເຟ ຢູ່ນະຄອນຫຼວງວຽງຈັນ ເຊີ່ງມີ ຫົວໜ້າພະແນກ ປທສ ນວ, ຮອງເຈົ້າເມືອງ, ຮອງຫົວໜ້າຫ້ອງວ່າການປົກຄອງ ນະຄອນຫຼວງວຽງຈັນ, ພະແນກການຕ່າງໆ ແລະ ພະນັກງານພາຍໃນ ພະແນກ ປທສ ນວ ເຂົ້າຮ່ວມລວມທັງໝົດມີ 22 ທ່ານ ຍິງ 2 ທ່ານ ພາຍໃຕ້ການເປັນປະທານຂອງທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງ ນະຄອນ ຫຼວງວຽງຈັນ ຜູ້ຊີ້ນຳວຽກງານ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນ ເພື່ອປືກສາຫາລືແກ້ໄຂການດຳເນີນກິດຈະ ການ ຮ້ານອິນເຕີເນັດ ກາເຟຢູ່ນະ ຄອນຫຼວງວຽງຈັນ. ກອງປະຊຸມໄດ້ຮັບຟັງການລາຍງານຂອງ ຮອງຫົວໜ້າພະແນກ ປທສ ນວ ກ່ຽວກັບສະພາບການ ແລະ ປະກົດການຍໍ້ທໍ່້ ທີ່ເກີດຂື້ນຂອງຮ້ານອີນເຕີເນັດ ກາເຟ ໃນໄລຍະທີ່ຜ່ານມາ ຈາກນັ້ນທີ່ປະຊຸມໄດ້ປະກອບ ຄຳຄິດເຫັນ ແລະ ຕົກລົງເປັນເອກະພາບກັນຫຼາຍບັນຫາ. ເພື່ອເຮັດໃຫ້ການຄຸ້ມຄອງຮ້ານອິນເຕີເນັດກາເຟ ຢູ່ນະຄອນ ຫຼວງວຽງຈັນ ໃນຕໍ່ໜ້າໄດ້ເຂົ້າສູ່ລະບົບ ແລະ ມີການເຄື່ອນໄຫວຖືກຕ້ອງຕາມລະບຽບກົດໝາຍ.