Login
 ຊື່
 ລະຫັດ

Website counter

ເລີ່ມນັບ 9 ພຶດສະພາ ເວລາ 2:00
ມື໊ນີ້
19
ມື້ວານ
38
ເດືອນນີ້
1,104
ເດືອນກ່ອນ
1,177
ປີນີ
3,454
ປີກ່ອນ
1,281
ອອນໄລ
1
ໃນວັນທີ 20 / 11 / 2015 ບ້ານ ໃຫ່ຍນາຈະເລີນ , ເມືອງ ສັງທອງ ນະຄອນ ຫຼວງວຽງຈັນ ຮ່ວມກັບ ລັດວິສາຫະກິດ ໄປສະນີລາວ ໄດ້ຈັດພິທີ ເປີດປ່ອງບໍລິການ ໄປ ສະນີ (ຈ່າມ) ຢ່າງເປັນທາງການຂື້ນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານນາງທອງໃສ ອຸ່ນຈິດ ຮອງຫົວໜ້າ ກົມໄປສະນີ ກະຊວງ ປທສ , ມີຕ່າງໜ້າພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຄື: ພະແນກ ປທສ ນະຄອນຫຼວງວຽງຈັນ, ຫ້ອງການ ພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກ, ພ້ອມດ້ວຍອົງການຈັດຕັ້ງເມືອງທີ່ກ່ຽວ ຂ້ອງ.                                                                    ຈຸດປະສົງ: 1. ເພື່ອຂະຫຍາຍຕາໜ່າງ ການບໍລິການ ຮັບ-ຝາກ ໄປສະນີພັນ ແລະ ພັດສະດຸໄປສະນີ, EMS ( ເມດ່ວນ ) ໃຫ້ມີຄວາມສະດວກ,ປອດໄພ ແລະ ວ່ອງໄວທັນໃຈ, ໂດຍຕິດພັນກັບວຽກງານ 3 ສ້າງ. 2. ເພື່ອອຳນວຍຄວາມສະດວກໃຫ້ແກ່ລູກຄ້າ ແລະ ປະຊາຊົນທີ່ມາໃຊ້ບໍລິການຢູ່ໃນຂົງເຂດດັ່ງກ່າວ. ໃນຕອນທ້າຍຂອງພິທີດັ່ງກ່າວທາງພະແນກ ປທສ ນະຄອນຫຼວງວຽງຈັນ ກໍ່ໄດ້ມອບເຄື່ອງຄອມພີວເຕີຕັ້ງໂຕະ ຈຳນວນ 01 ຊຸດ, ພ້ອມດ້ວຍປີ່ນເຕີ ຈຳນວນ 01 ເຄື່ອງ, ເພື່ອຮັບໃຊ້ເຂົ້າໃນການເຄື່ອນໄຫວວຽກງານດັ່ງກ່າວໃຫ້ມີຄວາມສະດວກສະບາຍ.